ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ກົມ​ການເມືອງ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ ແລກປ່ຽນ​ຄວາມ​ຄິດ​ເຫັນ

     ຕາມຂ່າວສານຊິນຮວາ ລາຍງານວ່າ: ວັນ​ທີ 21-22 ທັນວາ ນີ້, ຄະນະ​ກົມ​ການເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ໄດ້​ຈັດ​ກອງ
​ປະຊຸມ​ແລກປ່ຽນ​ຄວາມ​ເຫັນ​ແບບ ​ປະຊາທິປະໄຕ ​ທີ່​ມີ​ຫົວຂໍ້​ກ່ຽວ​ກັບ​ການ​ຮ່ຳຮຽນ ແລະ ຈັດ​ຕັ້ງ​ປະຕິບັດ​ແນວ​ຄິດ​ສັງຄົມ​ນິຍົມ​ທີ່​
ມີ​ສີສັນ​ພິເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຂອງ ​ທ່ານ ​ສີ​ຈິ້ນ​ຜິງ, ທ່ານ ​ສີ​ຈິ້ນ​ຜິງ ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູ​ນິດ​
ຈີນ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ດັ່ງກ່າວ ແລະ ໄດ້​ກ່າວ​ຄຳ​ປາ​ໄສ​ອັນ​ສຳຄັນ.

     ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການຈັດຕັ້ງ​ປະຕິບັດ​ກົດ​ລະບຽບ 8 ຂໍ້​ຂອງ​ພັກ​ໃນ​ກົມ​ການເມືອງ​
ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ ນັບ​ແຕ່​ຈັດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ​ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ ເປັນຕົ້ນ​ມາ, ບົດ
​ລາຍ​ງານ​ວຽກ​ງານ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຮູບ​ການ​ນິຍົມ ​ເພື່ອ​ຫຼຸດ​ພາລະ​ຂັ້ນ​ຮາກ​ຖານ​ໃຫ້​ໜ້ອຍ​ລົງ​ນັບ​ແຕ່​ຈັດ​ ກອງ​ປະຊຸມ​ໃຫຍ່​
ຜູ້​ແທນ​ທົ່ວ​ປະເທດ​ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນຕົ້ນ​ມາ.

     ກອງ​ປະຊຸມ​ດັ່ງກ່າວ​ຍັງ​ໄດ້​ອີງ​ຕາມ​ສະພາບ​ຕົວ​ຈິງ​ດ້ານ​ການ​ບໍລິຫານ​ພັກ​ຢ່າງ​ເຂັ້ມ​ງວດ ແລະ ຮອບດ້ານ, ສະຫຼຸບ​ຜົນສຳເລັດ, ສຳ​
ຫຼວດ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ, ວິເຄາະ​ທາດ​ແທ້​ຂອງ​ພັກ, ດຳເນີນ​ການ​ຕຳ​ນິ​ກັນ ແລະ ຕຳ​ນິ​ຕົນ​ເອງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/12/2023